ບໍລິສັດ Element Payment Solutions Laos Co., Ltd. (ບໍລິສັດ) ຮັບຮູ້ເຖິງຄວາມສຳຄັນຂອງຄວາມ ເປັນສ່ວນຕົວ ແລະ ການຄຸ້ມຄອງຂໍ້ມູນສ່ວນບຸກຄົນຂອງລູກຄ້າ ແລະ ຜູ້ໃຊ້ບໍລິການ (ລວມກັນເອີ້ນວ່າ: “ທ່ານ”). ບໍລິສັດຈຶ່ງຈັດໃຫ້ມີນະໂຍບາຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນ. ເພື່ອແຈ້ງໃຫ້ທ່ານຮູ້ກ່ຽວກັບແນວທາງການປະຕິບັດ ຂອງບໍລິສັດໃນການເກັບກໍາລວບລວມ, ການນໍາໃຊ້ ແລະ ເປີດເຜີຍຂໍ້ມູນສ່ວນບຸກຄົນ. ເພື່ອໃຫ້ທ່ານສາມາດນໍາໃຊ້ ການບໍລິການເງິນເອເລັກໂຕຣນິກໂດຍຜ່ານແອັບພີເຄຊັ່ນ EPS wallet (ແອັບພີເຄຊັ່ນ) ບໍລິການຮັບຊໍາລະເງິນແທນ ບໍລິການໂອນເງິນດ້ວຍວິທີການທາງອີເລັກໂຕນິກ ແລະ ບໍລິການອື່ນໆທີ່ບໍລິສັດໄດ້ຮັບການອະນຸຍາດຈາກທະນາຄານ ກາງແຫ່ງປະເທດລາວ ທີ່ມີຢູ່ໃນປະຈຸບັນ ແລະ ທີ່ອາດມີຂຶ້ນໃນອະນາຄົດລວມເຖິງແຕ່ບໍ່ຈໍາກັດພຽງການບໍລິການໃດໆ ທີ່ກ່ຽວຂ້ອງກັບການໃຊ້ງານແອັບພີເຄຊັ່ນ, ເວັບໄຊທ໌ ແລະ ຊ່ອງທາງໃດໆທີ່ໃຫ້ບໍລິການໂດຍບໍລິສັດ (ລວມກັນເອີ້ນ ວ່າ: “ການບໍລິການ”) ດ້ວຍຄວາມໝັ້ນໃຈ.
ຂໍ້ມູນສ່ວນບຸກຄົນຂໍ້ມູນສ່ວນບຸກຄົນໝາຍເຖິງຂໍ້ມູນກ່ຽວກັບບຸກຄົນເຊິ່ງສາມາດລະບຸຕົວຕົນໄດ້. ບໍ່ວ່າຈະທາງກົງ ຫຼື ທາງອ້ອມ ແຕ່ບໍ່ໄດ້ລວມເອົາຂໍ້ມູນສະເພາະຂອງຜູ້ເສຍຊີວິດເຊັ່ນ: ຊື່ ແລະ ນາມສະກຸນ, ເລກບັດປະຈຳຕົວ, ທີ່ຢູ່, ເບີໂທລະສັບ. ຂໍ້ມູນທາງດ້ານການເງິນເປັນຕົ້ນ.
ຂໍ້ມູນສ່ວນບຸກຄົນອາດປະກອບດ້ວຍຂໍ້ມູນທີ່ມີຄວາມລະອຽດອ່ອນ ແລະ ມີຄວາມສ່ຽງທີ່ຈະຖືກໃຊ້ໃນການ ເລືອກປະຕິບັດທີ່ບໍ່ຍຸດຕິທໍາ (Sensitive Personal Data) ເຊິ່ງຂໍ້ມູນສ່ວນບຸກຄົນດັ່ງກ່າວລວມທັງແຕ່ບໍ່ຈໍາກັດຢູ່ພຽງ ຂໍ້ມູນທາງຊີວະພາບ, ຂໍ້ມູນກ່ຽວກັບສາສະໜາ.
ທັງນີ້ຂໍ້ມູນສ່ວນບຸກຄົນລວມທັງຂໍ້ມູນໃດໆຂອງທ່ານທີ່ໄດ້ສະໜອງໄວ້ໃຫ້ບໍລິສັດ ແລະ / ຫຼື ຢູ່ໃນການຄອບ ຄອງຂອງບໍລິສັດ ແລະ / ຫຼື ທີ່ບໍລິສັດເກັບລວບລວມຈາກແຫຼ່ງອື່ນ ຫຼື ບຸກຄົນອື່ນໂດຍຖືກຕ້ອງຕາມກົດໝາຍ.
ໃນກໍລະນີທີ່ບໍລິສັດມີຄວາມຈຳເປັນທີ່ຈະຕ້ອງການເກັບລວບລວມ, ການນໍາໃຊ້ ຫຼື ການເປີດເຜີຍຂໍ້ມູນສ່ວນ ບຸກຄົນຂອງທ່ານ. ແຕກຕ່າງຈາກສິ່ງທີ່ລະບຸໄວ້ໃນນະໂຍບາຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນນີ້. ບໍລິສັດຈະແຈ້ງໃຫ້ ທ່ານຊາບກ່ຽວກັບລັກສະນະທີ່ຄວາມແຕກຕ່າງໃນຂະນະ ຫຼື ກ່ອນທີ່ຈະເກັບລວບລວມ, ນຳໃຊ້ ຫຼື ເປີດເຜີຍຂໍ້ມູນ ສ່ວນບຸກຄົນຂອງທ່ານ.
ການທີ່ທ່ານເຂົ້າໃຊ້ບໍລິການໃຫ້ຖືວ່າທ່ານໄດ້ອ່ານ ແລະ ເຂົ້າໃຈໃນນະໂຍບາຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນ ນີ້ແລ້ວ.
ປະເພດຂອງຂໍ້ມູນສ່ວນບຸກຄົນທີ່ບໍລິສັດເກັບລວບລວມ, ນໍາໃຊ້ ຫຼື ເປີດເຜີຍ - ຂໍ້ມູນຕາມບັດປະຈໍາຕົວ, ໜັງສືຜ່ານແດນ ແລະ / ຫຼື ຫຼັກຖານອື່ນທີ່ອອກໂດຍລັດຖະການເຊັ່ນ: ເລກປະຈຳ ຕົວປະຊາຊົນ, ຊື່, ນາມສະກຸນ, ຄຳນຳໜ້າຊື່.
- ຂໍ້ມູນທີ່ຈໍາເປັນເພື່ອຕິດຕໍ່ກັບທ່ານ ເຊັ່ນ: ທີ່ຢູ່ທີ່ສາມາດຕິດຕໍ່ໄດ້, ເບີໂທລະສັບ, ອີເມວ.
- ລັກສະນະສະເພາະຂອງບຸກຄົນເຊັ່ນ: ສະຖານະພາບ, ຂໍ້ມູນຊີວະພາບ (Biometrics).
- ຂໍ້ມູນກ່ຽວກັບການສຶກສາ ແລະ / ຫຼື ການເຮັດວຽກ.
- ຂໍ້ມູນກ່ຽວກັບສະຖານະທາງດ້ານການເງິນເຊັ່ນ: ການບັນທຶກການເຮັດທຸລະກໍາໂດຍຜ່ານບັນຊີ EPS wallet ຫຼື ການບໍລິການອື່ນໆ, ຂໍ້ມູນບັດເຄຣດິດ, ຂໍ້ມູນບັນຊີເງິນຝາກ.
- ຂໍ້ມູນກ່ຽວກັບອຸປະກອນ, ລະບົບປະຕິບັດການ ແລະ ພຶດຕິກໍາການໃຊ້ບໍລິການຂອງທ່ານ ລວມເຖິງ ແຕ່ບໍ່ຈໍາກັດພຽງຕົວເລກທີ່ໃຊ້ເພື່ອລະບຸອຸປະກອນທີ່ເຊື່ອມຕໍ່ກັບເຄືອຂ່າຍ (ເຊັ່ນ: IP address, MAC address, Device ID ) ໝາຍເລກບັນຊີໂຄສະນາທີ່ເຊື່ອມຕໍ່ຢູ່ໃນອຸປະກອນເຄື່ອນທີ່ (Advertisement ID) ຂໍ້ມູນເຄືອຂ່າຍ, ຂໍ້ມູນການເຊື່ອມຕໍ່, ຂໍ້ມູນກ່ຽວກັບລະບົບປະຕິບັດການອຸປະກອນ ມືຖື, ຕຳແໜ່ງທີ່ຢູ່, ລາຍລະອຽດການນຳໃຊ້ອຸປະກອນ, ຄຸກກີ້ (cookie), ຂໍ້ມູນບັນທຶກການໂທລະສັບ (phonebook) ຂໍ້ມູນການໃຊ້ງານແອັບພີເຄຊັ່ນ, ຂໍ້ມູນດ້ານວິຊາການ, ລຸ່ນ ແລະ ປະເພດຂອງອຸປະກອນ, ຮູບພາບ, ຮູບຖ່າຍ ແລະ ອາລະບໍ້າຮູບທັງນີ້ແມ່ນເພື່ອຄວາມຈໍາເປັນໃນການໃຫ້ບໍລິການເພີ່ມເຕີມນອກເໜືອຈາກການບໍລິການພື້ນ ຖານຂອງບໍລິສັດ ຫຼື ກໍລະນີຂອງການເກັບລວບລວມ, ການນໍາໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນທີ່ລະອຽດ ອ່ອນ (Sensitive Personal Data) ນອກຈາກທີ່ລະບຸໄວ້ຂ້າງເທິງ. ບໍລິສັດຈະດໍາເນີນການພາຍໃຕ້ ພື້ນຖານຕ່າງໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍເທົ່ານັ້ນໂດຍບໍລິສັດຈະແຈ້ງຈຸດປະສົງ ແລະ ປະເພດຂອງຂໍ້ມູນ ສ່ວນບຸກຄົນທີ່ຕ້ອງການເກັບລວບລວມ, ນໍາໃຊ້ ຫຼື ເປີດເຜີຍກ່ອນ ຫຼື ໃນຂະນະທີ່ຈະມີການດຳເນີນ ການດັ່ງກ່າວ.
ຖານໃນການເກັບລວບລວມ, ການນໍາໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນຂອງທ່ານ ແລະ ຈຸດປະສົງການດໍາເນີນການ.ບໍລິສັດຈະດຳເນີນການເກັບລວບລວມ, ການນໍາໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນຂອງທ່ານ. ພາຍໃຕ້ພື້ນ ຖານກົດໝາຍ ແລະ ດຳເນີນໄປດ້ວຍຈຸດປະສົງດັ່ງຕໍ່ໄປນີ້:
- ຖານຄວາມຈໍາເປັນສໍາລັບການປະຕິບັດສັນຍາທີ່ທ່ານເປັນຄູ່ສັນຍາ ຫຼື ເພື່ອໃຊ້ໃນການປະຕິບັດຕາມຄໍາຮ້ອງຂໍ ຂອງທ່ານກ່ອນທີ່ຈະເຂົ້າເຮັດສັນຍາລວມເຖິງແຕ່ບໍ່ຈໍາກັດພຽງ.
- ພິຈາລະນາຄໍາຮ້ອງຂໍການລົງທະບຽນເຂົ້າໃຊ້ແອັບພີເຄຊັ່ນ.
- ສິ່ງອື່ນທີ່ຈໍາເປັນໃນການບໍລິການທີ່ດີທີ່ສຸດຈາກບໍລິສັດ.
- ການໃຫ້ບໍລິການສະໜັບສະໜູນ, ຕິດຕໍ່ສອບຖາມຂໍ້ມູນ, ຕອບຮັບຄຳຮ້ອງຂໍ, ຮັບຂໍ້ມູນຂ່າວສານ ຫຼື ເພື່ອການ ຕິດຕໍ່ສອບຖາມກ່ຽວກັບການບໍລິການ.
- ການພັດທະນາ, ການປັບປຸງຄຸນະພາບການໃຫ້ບໍລິການເພີ່ມປະສິດທິພາບໃນການໃຫ້ບໍລິການ ແລະ ອໍານວຍ ຄວາມສະດວກໃຫ້ແກ້ທ່ານໃນການເຂົ້າຮັບການບໍລິການ.
- ການປະມວນຜົນຂໍ້ມູນເພື່ອໃຫ້ບໍລິການ.
- ຈຸດປະສົງໃດໆທີ່ກ່ຽວຂ້ອງກັບການໃຫ້ບໍລິການທີ່ທ່ານອາດສົນໃຈ ຫຼື ເປັນປະໂຫຍດແກ່ທ່ານ ຫຼື ຜ່ານຊ່ອງ ທາງແຈ້ງການຂອງບໍລິສັດ ແລະ ຊ່ອງທາງການຕິດຕໍ່ທີ່ທ່ານໄດ້ແຈ້ງໄວ້ເຊິ່ງບໍລິສັດມີສິດທາງດ້ານກົດໝາຍເປັນ ຜົນມາຈາກການໃຫ້ບໍລິການ.
- ການດຳເນີນການອື່ນໃດທີ່ກ່ຽວຂ້ອງກັບການໃຫ້ບໍລິການ ແລະ ອາດຈະເປັນປະໂຫຍດສໍາລັບທ່ານ.
- ລວມເຖິງຖານການປະຕິບັດໜ້າທີ່ຕາມກົດໝາຍ ແຕ່ບໍ່ຈໍາກັດພຽງເທົ່ານີ້.
- ການປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງກັບບໍລິສັດເຊິ່ງບໍລິສັດມີໜ້າທີ່ຕ້ອງປະຕິບັດຕາມເພື່ອໃຫ້ເປັນໄປຕາມກົດໝາຍ, ລະບຽບການ, ກົດລະບຽບ, ຫຼັກການ ຫຼື ແນວທາງທີ່ປະຕິບັດຕ່າງໆ ທີ່ອອກໂດຍໜ່ວຍງານຕາມ ກົດໝາຍ ຫຼື ມີອຳນາດກຳກັບເບິ່ງແຍງເຊັ່ນ: ປະກາດຂອງທະນາຄານແຫ່ງປະເທດໄທ, ກົດໝາຍຕ້ານການ ຟອກເງິນເປັນຕົ້ນ. ໂດຍບໍລິສັດອາດຈະສົ່ງຂໍ້ມູນສ່ວນບຸກຄົນຂອງທ່ານໃຫ້ຜູ້ກວດສອບພາຍໃນ/ພາຍນອກ ໜ່ວຍງານລາດສະການ ຫຼື ບຸກຄົນ, ນິຕິບຸກຄົນທີ່ກ່ຽວຂ້ອງ.
- ລວມທັງຖານການຍິນຍອມ ແຕ່ບໍ່ຈໍາກັດພຽງເທົ່ານີ້.
- ເພື່ອຈຸດປະສົງໃນການວິເຄາະ ຫຼື ຄາດການກ່ຽວກັບຄວາມມັກ ຫຼື ພຶດຕິກໍາຂອງທ່ານ ລວມເຖິງການຄົ້ນຄວ້າ, ການພັດທະນາ, ການປັບປຸງຜະລິດຕະພັນ ແລະ ການວາງແຜນການຕະຫຼາດ ເພື່ອໃຫ້ບໍລິສັດໃນເຄືອ ນໍາສະ ເໜີຜະລິດຕະພັນ ແລະ ການບໍລິການ. ສິດທິຜົນປະໂຫຍດລາຍການສົ່ງເສີມການຂາຍ ແລະ ຂໍ້ສະເໜີຕ່າງໆ ຈາກບໍລິສັດໃນເຄືອ ຫຼື ຄູ່ຮ່ວມທຸລະກິດຂອງບໍລິສັດໃນເຄືອທີ່ໄດ້ຮັບການວິເຄາະ ແລະ ການຄັດເລືອກທີ່ ເໝາະສົມສໍາລັບທ່ານ.
- ຈຸດປະສົງອື່ນໆທີ່ຖືກຕ້ອງຕາມກົດໝາຍທີ່ບໍລິສັດຈະດຳເນີນການຂໍຄວາມຍິນຍອມຈາກທ່ານເປັນບາງຄັ້ງຄາວ ເຊັ່ນ:ເພື່ອອໍານວຍຄວາມສະດວກໃຫ້ແກ່ທ່ານໃນການຂໍໃຊ້ບໍລິການຂອງຜູ້ໃຫ້ບໍລິການອື່ນໃດຜ່ານທາງແອັບພີເຄຊັນ.
- ຖານປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງບໍລິສັດ ຫຼື ຂອງນິຕິບຸກຄົນອື່ນທີ່ບໍ່ແມ່ນບໍລິສັດເວັ້ນເສຍແຕ່ວ່າ ຜົນປະໂຫຍດດັ່ງກ່າວມີຄວາມສໍາຄັນໜ້ອຍກວ່າສິດທິພື້ນຖານໃນຂໍ້ມູນສ່ວນບຸກຄົນຂອງທ່ານ. ລວມເຖິງແຕ່ ບໍ່ຈໍາກັດພຽງຢ່າງດຽວ.
- ການປ້ອງກັນອາດຊະຍາກຳ ແລະ ການສໍ້ໂກງ.
- ການຮັກສາຄວາມປອດໄພຂອງລະບົບ ແລະ ເຄືອຂ່າຍເພື່ອໃຫ້ເປັນໄປຕາມມາດຕະຖານສາກົນ.
- ການປ້ອງກັນການສໍ້ໂກງ ແລະ ການຮັກສາຄວາມປອດໄພແກ່ບັນຊີ EPS wallet ຂອງທ່ານ.
- ຖານຜົນປະໂຫຍດສາທາລະນະທີ່ສໍາຄັນໂດຍບໍລິສັດໄດ້ວາງມາດຕະການທີ່ເໝາະສົມເພື່ອຄຸ້ມຄອງສິດ ແລະ ຜົນປະໂຫຍດພື້ນຖານຂອງທ່ານ. ລວມເຖິງແຕ່ບໍ່ຈໍາກັດພຽງ.
- ການພິສູດ/ການຢັ້ງຢືນຕົວຕົນ ເພື່ອປ້ອງກັນອາດຊະຍາກໍາ ແລະ ການສໍ້ໂກງ.
- ການຕ້ອງສົງໄສກ່ຽວກັບການສະໜັບສະໜູນທາງການເງິນສໍາລັບການກໍ່ການຮ້າຍ ຫຼື ການຟອກເງິນ.
ນອກເໜືອໄປຈາກພື້ນຖານທາງດ້ານກົດໝາຍ ແລະ ຈຸດປະສົງຂ້າງເທິງ. ບໍລິສັດອາດຈະດຳເນີນການເກັບ ລວບລວມ, ການນໍາໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນຂອງທ່ານພາຍໃຕ້ເຫດຜົນທາງກົດໝາຍອື່ນໆເຊັ່ນ: ເພື່ອປ້ອງ ກັນ ຫຼື ຫຼີກລ້ຽງອັນຕະລາຍເຖິງຊີວິດ, ຮ່າງກາຍ ຫຼື ສຸຂະພາບຂອງທ່ານ ຫຼື ເພື່ອບັນລຸຈຸດປະສົງທີ່ກ່ຽວຂ້ອງກັບການ ກະກຽມເອກະສານປະຫວັດສາດ ຫຼື ຈົດໝາຍເຫດເພື່ອຜົນປະໂຫຍດສາທາລະນະ ເປັນຕົ້ນ.ໂດຍຖ້າຫາກວ່າມີການ ດຳເນີນການເກັບລວບລວມ, ການນໍາໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນພາຍໃຕ້ຈຸດປະສົງອື່ນໆໂດຍອີງໃສ່ພື້ນຖານ ດັ່ງກ່າວ. ບໍລິສັດຈະແຈ້ງໃຫ້ທ່ານຊາບໃນພາຍຫຼັງ.
ການເປີດເຜີຍຂໍ້ມູນສ່ວນບຸກຄົນຂອງທ່ານໃຫ້ບຸກຄົນພາຍນອກ ແລະ ການເກັບລວບລວມຂໍ້ມູນສ່ວນບຸກຄົນຈາກແຫຼ່ງອື່ນໆເພື່ອການປະຕິບັດຕາມຈຸດປະສົງ ແລະ ພາຍໃຕ້ພື້ນຖານທາງດ້ານກົດໝາຍຂອງບໍລິສັດຂ້າງເທິງ. ບໍລິສັດອາດ ຈະເກັບລວບລວມຈາກ ແລະ / ຫຼື ການໃຊ້, ສົ່ງ, ໂອນ, ປະມວນຜົນ ແລະ / ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນໃຫ້ກັບ ບຸກຄົນດັ່ງຕໍ່ໄປນີ້:
- ນິຕິບຸກຄົນທີ່ມີອຳນາດຄວບຄຸມບໍລິສັດ ຫຼື ຢູ່ພາຍໃຕ້ການຄວບຄຸມຂອງບໍລິສັດ ລວມເຖິງບໍລິສັດທີ່ຢູ່ພາຍໃຕ້ ການຄວບຄຸມດຽວກັນກັບບໍລິສັດ.
- ນິຕິບຸກຄົນ ຫຼື ບຸກຄົນອື່ນໆທີ່ບໍລິສັດເປັນຄູ່ສັນຍາ ຫຼື ມີຄວາມສໍາພັນກັບບໍລິສັດ. ລວມເຖິງຜູ້ໃຫ້ບໍລິການ ອື່ນໆທີ່ມີອໍານາດທີ່ຈະດໍາເນີນການໃດໆກັບຂໍ້ມູນສ່ວນບຸກຄົນຂອງທ່ານ. ທັງພາຍໃນ ແລະ ຕ່າງປະເທດເຊັ່ນ: ຜູ້ໃຫ້ບໍລິການພາຍນອກ, ຜູ້ໃຫ້ບໍລິການ Cloud ຫຼື ຄູ່ຄ້າອື່ນໆຂອງບໍລິສັດທັງນີ້ບໍລິສັດຈະດຳເນີນການໃຫ້ແນ່ ໃຈວ່າຜູ້ໃຫ້ບໍລິການເຫຼົ່ານັ້ນຈະດຳເນີນການກັບຂໍ້ມູນສ່ວນບຸກຄົນຂອງທ່ານຕາມນະໂຍບາຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນ ແລະ ກົດໝາຍທີ່ກ່ຽວຂ້ອງ.
- ຜູ້ສອບບັນຊີ, ຜູ້ກວດສອບພາຍນອກຂອງບໍລິສັດ, ໜ່ວຍງານລາດສະການ, ຜູ້ຮັບມອບໝາຍສິດຮ້ອງຂໍ ແລະ ບຸກຄົນ ຫຼື ນິຕິບຸກຄົນອື່ນໆທີ່ບໍລິສັດຈໍາເປັນຕ້ອງສົ່ງຂໍ້ມູນສ່ວນບຸກຄົນເພື່ອຈຸດປະສົງຂອງການປະຕິບັດຕາມ ກົດໝາຍ.
- ຜູ້ໂອນທຸລະກິດ/ທຸລະກິດ ໃນກໍລະນີທີ່ບໍລິສັດມີການຄວບລວມ, ໂອນ, ຂາຍຊັບສິນ ແລະ / ຫຼື ທຸລະກິດທັງ ໝົດ ຫຼື ບາງສ່ວນ.
ໄລຍະເວລາຂອງການເກັບຮັກສາຂໍ້ມູນສ່ວນບຸກຄົນຂອງທ່ານບໍລິສັດມີຄວາມຈໍາເປັນທີ່ຈະເກັບລວບລວມຂໍ້ມູນສ່ວນບຸກຄົນຂອງທ່ານໄວ້ເປັນໄລຍະເວລາເທົ່າທີ່ຈໍາເປັນໃນຂະນະທີ່ທ່ານຍັງໃຊ້ບໍລິການ ຫຼື ມີຄວາມສໍາພັນຢູ່ກັບບໍລິສັດ ຫຼື ຕະຫຼອດໄລຍະເວລາທີ່ຈໍາເປັນເພື່ອບັນລຸຈຸດປະສົງທີ່ ກ່ຽວຂ້ອງກັບການບໍລິການຂອງບໍລິສັດໂດຍອາດຈະເກັບລວບລວມໄວ້ຕໍ່ໄປພາຍຫຼັງຈາກນັ້ນຖ້າຫາກມີກົດໝາຍກຳນົດໄວ້ເຊັ່ນ: ຕາມກົດໝາຍວ່າດ້ວຍການປ້ອງກັນ ແລະ ສະກັດກັ້ນການຟອກເງິນ ຫຼື ເພື່ອຈຸດປະສົງຂອງການກວດສອບ ໃນກໍລະນີທີ່ຂໍ້ຂັດແຍ້ງພາຍໃນອາຍຸຄວາມທີ່ກໍານົດໄວ້ໃນກົດໝາຍ. ແນວໃດກໍ່ຕາມ, ບໍລິສັດຈະເກັບກໍາຂໍ້ມູນໃນໄລຍະ ເວລາບໍ່ເກີນ 15 ປີ. ທັງນີ້ບໍລິສັດຈະລົບ ຫຼື ທໍາລາຍຂໍ້ມູນສ່ວນບຸກຄົນ ຫຼື ເຮັດໃຫ້ເປັນຂໍ້ມູນທີ່ບໍ່ສາມາດລະບຸຕົວຕົນ ຂອງທ່ານໄດ້ເມື່ອໝົດຄວາມຈໍາເປັນ ຫຼື ສິ້ນສຸດໄລຍະເວລາດັ່ງກ່າວແລ້ວ.
ສິດທິຂອງທ່ານອີງຕາມກົດໝາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນໃນຖານະທີ່ທ່ານເປັນເຈົ້າຂອງຂໍ້ມູນສ່ວນບຸກຄົນຕາມກົດໝາຍວ່າດ້ວຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນ. ທ່ານ ມີສິດທາງກົດໝາຍທີ່ຈະດຳເນີນການດັ່ງຕໍ່ໄປນີ້:
1. ສິດທີ່ຈະຖອນການຍິນຍອມຂອງທ່ານ.ທ່ານມີສິດທີ່ຈະຖອນການຍິນຍອມໃນການປະມວນຜົນຂໍ້ມູນສ່ວນບຸກຄົນທີ່ທ່ານໄດ້ໃຫ້ການຍິນຍອມເຫັນດີກັບບໍລິສັດຕະຫຼອດໄລຍະເວລາທີ່ຂໍ້ມູນສ່ວນບຸກຄົນຂອງທ່ານຢູ່ກັບບໍລິສັດ.
2. ສິດໃນການຂໍເຂົ້າເຖິງ ແລະ ຂໍຮັບສໍາເນົາຂໍ້ມູນສ່ວນບຸກຄົນຂອງທ່ານ. ທ່ານມີສິດໃນການຂໍເຂົ້າເຖິງຂໍ້ມູນສ່ວນບຸກຄົນທີ່ທ່ານໄດ້ສະໜອງໃຫ້ບໍລິສັດ ຫຼື ຮຽກຮ້ອງໃຫ້ບໍ ລິສັດເຮັດ ສໍາເນົາຂໍ້ມູນສ່ວນບຸກຄົນດັ່ງກ່າວໃນຮູບແບບທີ່ສາມາດອ່ານ ຫຼື ນໍາໃຊ້ງານໄດ້ໂດຍທົ່ວໄປໂດຍ ເຄື່ອງມື ຫຼື ອຸປະກອນທີ່ເຮັດວຽກໄດ້ໂດຍອັດຕະໂນມັດ ຫຼື ນໍາໃຊ້ເປີດເຜີຍຂໍ້ມູນສ່ວນບຸກຄົນດັ່ງກ່າວໂດຍ ວິທີການອັດຕະໂນມັດ. (ໃນກໍລະນີທີ່ບໍລິສັດສະໜອງໃຫ້) ຫຼື ຮຽກຮ້ອງໃຫ້ບໍລິສັດສົ່ງ ຫຼື ໂອນຂໍ້ມູນສ່ວນ ບຸກຄົນດັ່ງກ່າວໄປຫາຜູ້ຄວບຄຸມຂໍ້ມູນສ່ວນບຸກຄົນອື່ນຕາມທີ່ກົດໝາຍກຳນົດໄວ້ ຫຼື ຂໍຮັບຂໍ້ມູນສ່ວນບຸກຄົນ ທີ່ບໍລິສັດສົ່ງ ຫຼື ໂອນແກ່ຜູ້ຄວບຄຸມຂໍ້ມູນສ່ວນບຸກຄົນອື່ນໆ. (ເວັ້ນເສຍແຕ່ວ່າມັນເປັນໄປບໍ່ໄດ້ທາງດ້ານເຕັກ ນິກທີ່ຈະເຮັດແນວນັ້ນ) ລວມທັງການຮ້ອງຂໍໃຫ້ບໍລິສັດເປີດເຜີຍການໄດ້ມາຂອງຂໍ້ມູນສ່ວນບຸກຄົນທີ່ທ່ານ ບໍ່ໄດ້ໃຫ້ການຍິນຍອມຕໍ່ບໍລິສັດໃຫ້ແກ່ທ່ານໄດ້.
3. ສິດທິໃນການຮ້ອງຂໍໃຫ້ມີການແກ້ໄຂຂໍ້ມູນສ່ວນບຸກຄົນໃຫ້ຖືກຕ້ອງ. ທ່ານມີສິດຮ້ອງຂໍໃຫ້ບໍລິສັດແກ້ໄຂຂໍ້ມູນສ່ວນບຸກຄົນທີ່ທ່ານໄດ້ສະໜອງໃຫ້ບໍລິສັດທີ່ບໍ່ຖືກຕ້ອງ ຫຼືເພີ່ມຂໍ້ມູນທີ່ບໍ່ຄົບຖ້ວນ. ຕະຫຼອດໄລຍະເວລາທີ່ຂໍ້ມູນສ່ວນບຸກຄົນຂອງທ່ານຢູ່ກັບບໍລິສັດ.
4. ສິດທິໃນການຮ້ອງຂໍໃຫ້ລົບ ຫຼື ທໍາລາຍຂໍ້ມູນສ່ວນບຸກຄົນ ຫຼື ປ່ຽນຂໍ້ມູນສ່ວນບຸກຄົນໃຫ້ຢູ່ໃນຮູບແບບ ຂໍ້ມູນທີ່ບໍ່ສາມາດຮັບຮູ້ບຸກຄົນທີ່ເປັນເຈົ້າຂອງຂໍ້ມູນໄດ້.ທ່ານມີສິດຮ້ອງຂໍໃຫ້ບໍລິສັດທຳການລົບ ຫຼື ທໍາລາຍ ຫຼື ປ່ຽນຂໍ້ມູນສ່ວນບຸກຄົນຂອງທ່ານໃຫ້ຢູ່ໃນ ຮູບແບບທີ່ບໍ່ສາມາດຮັບຮູ້ຜູ້ທີ່ເປັນເຈົ້າຂອງຂໍ້ມູນໄດ້ເຊິ່ງຂໍ້ມູນສ່ວນບຸກຄົນທີ່ທ່ານສະໜອງໄວ້ໃຫ້ກັບບໍລິສັດ ສໍາລັບເຫດຜົນບາງຢ່າງທີ່ຖືກກໍານົດໄວ້ໃນກົດຫມາຍ.
5. ສິດທິໃນການຮ້ອງຂໍໃຫ້ລະງັບການໃຊ້ຂໍ້ມູນສ່ວນບຸກຄົນ. ທ່ານມີສິດຮ້ອງຂໍໃຫ້ບໍລິສັດລະງັບການນໍາໃຊ້ຂໍ້ມູນສ່ວນບຸກຄົນທີ່ທ່ານໄດ້ສະໜອງໃຫ້ບໍລິສັດ. ດ້ວຍເຫດຜົນບາງຢ່າງຕາມທີ່ກົດໝາຍກຳນົດໄດ້.
6. ສິດທິໃນການຄັດຄ້ານການປະມວນຜົນຂໍ້ມູນສ່ວນບຸກຄົນ. ທ່ານມີສິດທີ່ຈະຄັດຄ້ານບໍລິສັດປະມວນຜົນຂໍ້ມູນສ່ວນບຸກຄົນທີ່ທ່ານໄດ້ສະໜອງໃຫ້ບໍລິສັດ. ດ້ວຍເຫດຜົນບາງຢ່າງຕາມທີ່ກົດຫມາຍກໍານົດໄດ້.
7. ສິດທິໃນການຮ້ອງທຸກໃນກໍລະນີທີ່ບໍລິສັດລະເມີດ ຫຼື ບໍ່ປະຕິບັດຕາມກົດໝາຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນ.ທ່ານມີສິດໃນການຮ້ອງທຸກກັບຄະນະກໍາມະການຄຸ້ມຄອງຂໍ້ມູນສ່ວນບຸກຄົນໃນກໍລະນີທີ່ບໍລິສັດ ລວມທັງພະນັກງານ ຫຼື ຜູ້ຮັບເໝົາຂອງບໍລິສັດລະເມີດ ຫຼື ບໍ່ປະຕິບັດຕາມກົດໝາຍການຄຸ້ມຄອງຂໍ້ມູນສ່ວນ ບຸກຄົນ. ທ່ານສາມາດຕິດຕໍ່ກັບເຈົ້າໜ້າທີ່ຂອງບໍລິສັດເພື່ອຍືນຄໍາຮ້ອງຂໍໃຫ້ບໍລິສັດດໍາເນີນການຕາມສິດທິຂ້າງ ເທິງ. ບໍລິສັດຈະດຳເນີນການປະຕິບັດຕາມຄໍາຮ້ອງຂໍຂອງທ່ານພາຍໃນໄລຍະເວລາທີ່ກໍານົດໄວ້ໃນກົດໝາຍວ່າ ດ້ວຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນ ແລະ ບໍລິສັດຈະແຈ້ງໃຫ້ທ່ານຊາບກ່ຽວກັບຜົນສະທ້ອນທີ່ຈະເກີດ ຂຶ້ນໃນການປະຕິບັດຕາມຄໍາຮ້ອງຂໍດັ່ງກ່າວ, ຢ່າງໃດກໍຕາມ, ບໍລິສັດມີສິດທີ່ຈະປະຕິເສດການດໍາເນີນການ ຮ້ອງຂໍຂອງທ່ານ. ໃນກໍລະນີທີ່ມີກົດໝາຍກຳນົດໄວ້ລວມເຖິງບໍລິສັດອາດຈະຄິດຄ່າທໍານຽມສໍາລັບການດໍາ ເນີນການຮ້ອງຂໍໂດຍອີງໃສ່ຄ່າໃຊ້ຈ່າຍໃນການບໍລິຫານຈັດການ ແລະ ນະໂຍບາຍພາຍໃນຂອງບໍລິສັດ.
ການຮັກສາຄວາມປອດໄພ ບໍລິສັດຮັບຮູ້ ແລະ ໃຫ້ຄວາມສໍາຄັນຂອງຂໍ້ມູນສ່ວນບຸກຄົນຂອງທ່ານ. ດັ່ງນັ້ນທາງບໍລິສັດຈຶ່ງໄດ້ປັບປຸງ ແລະ ພັດທະນາລະບົບຄວາມປອດໄພຂອງຂໍ້ມູນສ່ວນບຸກຄົນຂອງທ່ານໃຫ້ສອດຄ່ອງກັບກົດໝາຍ ແລະ ທັນສະໄໝ ແລະ ປອດໄພຕາມມາດຕະຖານສາກົນຕະຫຼອດເວລາ.
ບໍລິສັດຈະເຮັດໃຫ້ດີທີ່ສຸດເພື່ອປະຕິບັດຕາມນະໂຍບາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນນີ້ ແລະ ເນັ້ນໜັກໃຫ້ເຈົ້າໜ້າທີ່ລວມ ເຖິງຜູ້ປະເມີນຂໍ້ມູນສ່ວນບຸກຄົນຂອງບໍລິສັດທີ່ມີສິດການເຂົ້າເຖິງຂໍ້ມູນສ່ວນບຸກຄົນ ຫຼື ມີໜ້າທີ່ທາງກົດໝາຍຮັກສາ ແລະ ເຄົາລົບຄວາມປອດໄພຂອງຂໍ້ມູນສ່ວນບຸກຄົນຂອງທ່ານ.
ໃນກໍລະນີທີ່ບໍລິສັດມີຄວາມຈຳເປັນ ຫຼື ຕ້ອງໂອນຂໍ້ມູນສ່ວນບຸກຄົນໃດໆຂອງທ່ານໄປຍັງຕ່າງປະເທດ, ບໍລິສັດ ຈະນໍາໃຊ້ມາດຕະຖານຕາມຂໍ້ກໍານົດຂອງກົດໝາຍກ່ຽວກັບການຄຸ້ມຄອງຂໍ້ມູນສ່ວນບຸກຄົນ ແລະ ບໍລິສັດຈະບໍ່ໂອນຂໍ້ ມູນສ່ວນຕົວຂອງທ່ານໄປຍັງປະເທດປາຍທາງທີ່ບໍ່ມີມາດຕະຖານການຄຸ້ມຄອງຂໍ້ມູນສ່ວນບຸກຄົນທີ່ພຽງພໍຕາມເງື່ອນໄຂທີ່ກົດໝາຍກຳນົດໄວ້. ຍົກເວັ້ນແຕ່ວ່າທ່ານຕົກລົງທີ່ຈະອະນຸຍາດໃຫ້ບໍລິສັດສົ່ງ ຫຼື ໂອນຂໍ້ມູນສ່ວນບຸກຄົນຂອງທ່ານ ໄປຍັງປະເທດປາຍທາງດັ່ງກ່າວ, ຢ່າງໃດກໍຕາມ, ໃນກໍລະນີທີ່ຂໍ້ມູນສ່ວນບຸກຄົນຂອງຜູ້ໃຊ້ຖືກລັກຜ່ານຄອມພິວເຕີ. ບໍ່ວ່າຈະດ້ວຍວິທີການເຈາະລະບົບ (hacking) , ລັກ, ຄັດລອກ ຫຼື ທໍາລາຍຖານຂໍ້ມູນ. ທໍາລາຍລະຫັດຜ່ານ ສ່ວນບຸກຄົນ (password mining) ຫຼື ວິທີການອື່ນໆ. ເຊິ່ງບໍ່ແມ່ນຄວາມຜິດຂອງບໍລິສັດ. ບໍລິສັດມີສິດທີ່ຈະ ປະຕິເສດຄວາມຮັບຜິດຊອບໃດໆອັນເປັນຜົນມາຈາກການກະທໍາດັ່ງກ່າວ.
ຂໍ້ມູນສ່ວນບຸກຄົນຂອງບຸກຄົນທີ່ມີຄວາມສາມາດທາງດ້ານກົດໝາຍ ຖ້າເຈົ້າເປັນບຸກຄົນທີ່ຂາດຄວາມສາມາດທາງດ້ານກົດໝາຍເຊັ່ນ: ເດັກນ້ອຍ (ອາຍຸຕ່ຳກວ່າ 20 ປີ ຫຼື ຍັງບໍ່ທັນ ມີອາຍຸຕາມກົດໝາຍ), ບຸກຄົນທີ່ຖືກສານສັ່ງໃຫ້ເປັນບຸກຄົນໄຮ້ຄວາມສາມາດ ຫຼື ຜູ້ທີ່ບໍ່ມີຄວາມສາມາດຕາມກົດໝາຍ ໃນກໍລະນີທີ່ບໍລິສັດຕ້ອງການເກັບລວບລວມຂໍ້ມູນ, ນໍາໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນຂອງທ່ານ. ບໍລິສັດຈະ ດໍາເນີນການຕາມຂັ້ນຕອນທີ່ເໝາະສົມ ແລະ ພຽງແຕ່ສອດຄ່ອງກັບມາດຕະຖານທີ່ກໍານົດໄວ້ໂດຍກົດໝາຍ.
ພາສາການແປພາສາຂອງນະໂຍບາຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນນີ້ບໍ່ວ່າຈະຖືກແປເປັນພາສາໃດກໍ່ຕາມ. ມີໄວ້ ເພື່ອຄວາມສະດວກຂອງທ່ານເທົ່ານັ້ນ. ບໍ່ວ່າມີຄວາມຕັ້ງໃຈໃດໆທີ່ຈະດັດແປງນະໂຍບາຍການຄຸ້ມຄອງຂໍ້ມູນສ່ວນບຸກ ຄົນ. ໃນກໍລະນີທີ່ມີການຂັດແຍ່ງກັນລະຫວ່າງສະບັບພາສາໄທກັບພາສາອື່ນທີ່ບໍ່ແມ່ນພາສາລາວໃຫ້ຍຶດຂໍ້ຄວາມທີ່ເປັນ ພາສາລາວ.
ການປັບປຸງນະໂຍບາຍນອກຈາກນັ້ນ, ການນໍາໃຊ້ການບໍລິການໃດໆຂອງບໍລິສັດແມ່ນຖືວ່າເປັນການຍອມຮັບນະໂຍບາຍການຄຸ້ມ ຄອງຂໍ້ມູນສ່ວນບຸກຄົນສະບັບນີ້. ບໍລິສັດອາດຈະປັບປຸງ ຫຼື ເພີ່ມເຕີມນະໂຍບາຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນສະບັບ ນີ້ໄດ້ທຸກເວລາ ແລະ ແຈ້ງໃຫ້ທ່ານຮັບຮູ້. ການທີ່ທ່ານນໍາໃຊ້ແອັບພີເຄຊັ່ນ ຫຼື ການບໍລິການໃດໆພາຍຫຼັງຈາກທີ່ມີການ ປະກາດການແກ້ໄຂ ຫຼື ການເພີ່ມເຕີມດັ່ງກ່າວຈະຖືກພິຈາລະນາການຍອມຮັບແຕ່ລະການແກ້ໄຂ ຫຼື ການເພີ່ມເຕີມ ຂໍ້ມູນແຕ່ລະຄັ້ງ.
ການຕິດຕໍ່ຖ້າທ່ານມີຄໍາຖາມ, ຄໍາຮ້ອງທຸກ, ການຮ້ອງຂໍການເຂົ້າເຖິງ ຫຼື ການສອບຖາມຂໍ້ມູນໃດໆທີ່ກ່ຽວຂ້ອງກັບນະໂຍ ບາຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນນີ້ ແລະ / ຫຼື ຕ້ອງການກວດສອບວ່າຂໍ້ມູນສ່ວນຕົວໃດໆທີ່ເຈົ້າໄດ້ສະໜອງໃຫ້ກັບ ບໍລິສັດນັ້ນແມ່ນຢູ່ໃນການຄອບຄອງຂອງບໍລິສັດ. ທ່ານສາມາດຕິດຕໍ່ບໍລິສັດຕາມລາຍລະອຽດຂອງບໍລິສັດຕໍ່ໄປນີ້:
ບໍລິສັດ Element Payment Solutions Laos Co., Ltd.
ທີ່ຢູ່: 286, VeitinBank building Hatsady Neua Village, Chanthabuly District, Vientiane Capital, Lao PDR
ເບີໂທຕິດຕໍ່: +856 20 56 996 464