1. ສິດໃນການເຂົ້າຮ່ວມ
ໂປຣໂມຊັນນີ້ ຈຳກັດສະເພາະບຸກຄົນທີ່ລົງທະບຽນບັນຊີ EPS Wallet ໃນຊ່ວງ ຫຼື ຫຼັງວັນທີ 1 ສິງຫາ 2026, ແລະ ສຳເລັດຂະບວນການຢືນຢັນຕົວຕົນ (KYC) ຂອງບໍລິສັດ ພ້ອມທັງປະຕິບັດຕາມ ເງື່ອນໄຂສິດອື່ນໆທີ່ບໍລິສັດກຳນົດ.
2. ສິດຜົນປະໂຫຍດທີ່ໄດ້ຮັບຈາກໂປຣໂມຊັນ
ລູກຄ້າທີ່ໄດ້ຮັບສິດ, ຈະໄດ້ຮັບເງິນລາງວັນຈຳນວນ 20,000 ກີບ (“ສິດຜົນປະໂຫຍດຈາກ ໂປຣໂມຊັນ”) ໂດຍລາງວັນຈະຖືກເພີ່ມເຂົ້າໃນບັນຊີ EPS Wallet ຂອງລູກຄ້າໂດຍອັດຕະໂນມັດ ພາຍໃນ 3 ວັນລັດຖະການ ຫຼັງຈາກລູກຄ້າສຳເລັດຂະບວນການຢືນຢັນຕົວຕົນ (KYC) ຂອງບໍລິສັດ.
3. ໄລຍະເວລາໂປຣໂມຊັນ
ໂປຣໂມຊັນນີ້ມີຜົນບັງຄັບໃຊ້ໄດ້ຕັ້ງແຕ່ 1 ສິງຫາ 2026 ຫາ 31 ທັນວາ 2026, ຫຼື ຈົນກວ່າສິດລາງວັນທີ່ຈັດສັນໄວ້ຈະຖືກໃຊ້ຄົບຈຳນວນ, ແລ້ວແຕ່ເຫດການໃດຈະເກີດຂຶ້ນກ່ອນ.
4. ຮ້ານຄ້າທີ່ສາມາດໃຊ້ລາງວັນໄດ້
ລາງວັນໂປຣໂມຊັນສາມາດນຳໃຊ້ໄດ້ສະເພາະສຳລັບການຊຳລະເງິນຜ່ານແອັບພລິເຄຊັນ EPS Wallet ທີ່ Laofe Vientiane, ສາຂາ 1 ເທົ່ານັ້ນ ແລະ ບໍ່ສາມາດນຳໃຊ້ກັບຮ້ານຄ້າ ຫຼື ສະຖານທີ່ອື່ນໄດ້.
5. ຈຳກັດຈຳນວນລາງວັນ
ລູກຄ້າແຕ່ລະຄົນ ແລະ ບັນຊີ EPS Wallet ແຕ່ລະບັນຊີ ມີສິດໄດ້ຮັບລາງວັນໂປຣໂມຊັນພຽງ 1 ຄັ້ງ ຕະຫຼອດໄລຍະເວລາໂປຣໂມຊັນ
6. ການໃຊ້ສິດລາງວັນ
ລາງວັນໂປຣໂມຊັນຕ້ອງຖືກນຳໃຊ້ໃນການຊຳລະເງິນ 1 ລາຍການເທົ່ານັ້ນ. ບໍ່ອະນຸຍາດໃຫ້ແບ່ງໃຊ້ບາງສ່ວນ, ໃຊ້ຫຼາຍຄັ້ງ ຫຼື ນຳຍອດທີ່ເຫຼືອໄປໃຊ້ໃນຄັ້ງຕໍ່ໄປ.
7. ການຊຳລະເງິນສ່ວນເກີນ
ຖ້າມູນຄ່າລາຍການຊື້ເກີນມູນຄ່າຂອງລາງວັນໂປຣໂມຊັນ, ລູກຄ້າຕ້ອງຊຳລະສ່ວນຕ່າງທີ່ເຫຼືອໂດຍໃຊ້ວິທີການ ຊຳລະເງິນທີ່ມີໃຫ້ຜ່ານແອັບພລິເຄຊັນ EPS Wallet.
8. ບໍ່ມີມູນຄ່າຄົງເຫຼືອ
ໃນກໍລະນີທີ່ມູນຄ່າທຸລະກຳຕ່ຳກວ່າ 20,000 ກີບ ສ່ວນໃດໆຂອງໂປຣໂມຊັນໂບນັດທີ່ບໍ່ໄດ້ນຳໃຊ້ ຈະຖືກຕັດສິດໂດຍອັດຕະໂນມັດ ແລະ ຈະບໍ່ສາມາດຂໍຄືນ, ໂອນເຂົ້າບັນຊີ, ໂອນໃຫ້ບຸກຄົນອື່ນ, ແລກປ່ຽນ ຫຼື ແລກເປັນເງິນສົດໄດ້.
9. ລັກສະນະຂອງໂປຣໂມຊັນໂບນັດ
ໂປຣໂມຊັນໂບນັດຖືກມອບໃຫ້ເພື່ອວັດຖຸປະສົງດ້ານການສົ່ງເສີມການຕະຫຼາດເທົ່ານັ້ນ ແລະ ບໍ່ຖືເປັນເງິນສົດ, ເງິນຂອງລູກຄ້າ, ເງິນອິເລັກໂທຣນິກທີ່ລູກຄ້າຝາກໄວ້ ຫຼື ມູນຄ່າທາງການເງິນອື່ນໆທີ່ສາມາດນຳໄປແລກຄືນໄດ້.
10. ການຕັດສິດໂປຣໂມຊັນໂບນັດ
ໂປຣໂມຊັນໂບນັດຈະໝົດອາຍຸ ແລະ ຖືກຕັດສິດໂດຍອັດຕະໂນມັດໂດຍບໍ່ມີການຊົດເຊີຍ ໃນກໍລະນີທີ່ບັນຊີ EPS Wallet ທີ່ກ່ຽວຂ້ອງຖືກລະງັບ, ຖືກຢຸດ, ຖືກຈຳກັດການໃຊ້ງານ ຫຼື ຖືກປິດ.
11. ຄວາມລົ້ມເຫຼວທາງເຕັກນິກ
ບໍລິສັດຈະບໍ່ຮັບຜິດຕໍ່ຄວາມລ່າຊ້າ ຫຼື ຄວາມລົ້ມເຫຼວໃນການເພີ່ມ ຫຼື ການນຳໃຊ້ໂປຣໂມຊັນໂບນັດ ອັນເກີດຈາກການບຳລຸງຮັກສາລະບົບ, ບັນຫາທາງເຕັກນິກ, ການຂັດຂ້ອງຂອງເຄືອຂ່າຍ ຫຼື ເຫດການອື່ນໆທີ່ຢູ່ນອກເໜືອການຄວບຄຸມຢ່າງສົມເຫດສົມຜົນຂອງບໍລິສັດ.
12. ການຕັດສິດ
ບໍລິສັດຂໍສະຫງວນສິດໃນການລະງັບ, ຍົກເລີກ, ຮຽກຄືນ ຫຼື ຕັດສິດໂປຣໂມຊັນໂບນັດ ຫຼື ຕັດສິດລູກຄ້າຈາກໂປຣໂມຊັນນີ້ ໃນກໍລະນີທີ່ສົງໄສ ຫຼື ກວດພົບວ່າມີການສໍ້ໂກງ, ການໃຊ້ສິດໃນທາງທີ່ຜິດ, ການນຳໃຊ້ໃນທາງທີ່ຜິດ, ການດັດແປງຫຼືຈັດການລະບົບໂດຍບໍ່ຊອບທຳ ຫຼື ການຝ່າຝືນຂໍ້ກຳນົດ ແລະ ເງື່ອນໄຂໃດໆ.
13. ການສະຫງວນສິດ
ບໍລິສັດຂໍສະຫງວນສິດໃນການແກ້ໄຂ, ປັບປຸງ, ລະງັບ ຫຼື ຍົກເລີກໂປຣໂມຊັນນີ້ ຫຼື ຂໍ້ກຳນົດ ແລະ ເງື່ອນໄຂນີ້ໄດ້ທຸກເວລາ. ການແກ້ໄຂ ຫຼື ປັບປຸງໃດໆ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ່ປະກາດຜ່ານຊ່ອງທາງການສື່ສານຂອງບໍລິສັດ ໂດຍການແກ້ໄຂດັ່ງກ່າວຈະຕ້ອງບໍ່ມີຜົນກະທົບໃນທາງລົບຕໍ່ໂປຣໂມຊັນໂບນັດທີ່ໄດ້ມອບໃຫ້ແກ່ລູກຄ້າຜູ້ມີສິດແລ້ວ ເວັ້ນແຕ່ກໍລະນີທີ່ກົດໝາຍທີ່ນຳໃຊ້ກຳນົດໄວ້ ຫຼື ມີການກວດພົບການສໍ້ໂກງ, ການໃຊ້ສິດໃນທາງທີ່ຜິດ ຫຼື ການນຳໃຊ້ໃນທາງທີ່ຜິດ.
ຂໍ້ກຳນົດ ແລະ ເງື່ອນໄຂນີ້ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາ 2026 (“ວັນທີມີຜົນບັງຄັບໃຊ້”).