5. ຂໍ້ກຳນົດ ແລະ ເງື່ອນໄຂການໃຊ້ບໍລິການສຳລັບກນຊຳລະເງິນ (Payment Priority)5.1 ເມື່ອຜູ້ໃຊບໍລິການເຊື່ອມ source of funds ທີ່ເຊື່ອມກັບບັນຊີ EPS wallet ຂອງຜູ້ໃຊ້ບໍລິການຕາມຂັ້ນ ຕອນທີ່ບໍລິສັດກຳນົດສຳເລັດແລ້ວຜູ້ໃຊ້ບໍລິການສາມາດກຳນົດລຳດັບການຫັກເງິນຈາກ source of funds ແຕ່ລະປະ ເພດທີ່ຜູກກັບບັນຊີ EPS wallet ຂອງຜູ້ໃຊ້ບໍລິການໄດ້ໂດຍກຳນົດຜ່ານແອັບພີເຄຊັ່ນ ຫຼື ຊ່ອງທາງອື່ນຕາມ ທີ່ບໍລິສັດກຳນົດ.
5.2 ກໍລະນີທີ່ຜູ້ໃຊ້ເລືອກໃຊ້ບໍລິການຕາມລຳດັບການຊຳລະເງິນ (Payment priority) ກັບການຕັ້ງຄ່າຊຳລະເງິນສິນ ຄ້າ ແລະ ບໍລິການດີຈີທັດບໍລິສັດຈະໃຊ້ການຕັ້ງຄ່າລຳດັບຊຳລະເງິນຕາມບໍລິການນີ້ເປັນເງື່ອນໄຂສຳລັບການກຳນົດການ ຊຳລະຈາກ source of funds ແຕ່ລະປະເພດມີເງື່ອນໄຂດັ່ງນີ້:
5.2.1 ຖ້າຜູ້ໃຊ້ບໍລິການຍັງບໍ່ທັນໃຫ້ລຳດັບການຊຳລະເງິນບໍລິສັດຈະເຮັດການຫັກຍອດເງິນຈາກກະເປົ໋າເງິນຂອງຜູ້ໃຊ້ ບໍລິການເປັນລຳດັບທຳອິດສະເໝີ.
5.2.2 ຜູ້ໃຊ້ບໍລິການບໍ່ສາມາດກຳນົດລຳດັບການຊຳລະເງິນສຳລັບ source of funds ບາງປະເພດຢູ່ໃນລຳດັບກ່ອນ ໜ້າການຫັກເງິນສຳລັບ source of funds ບາງປະເພດໄດ້ທັງນີ້ແມ່ນໃຫ້ເປັນໄປຕາມເງື່ອນໄຂທີ່ບໍລິສັດກຳນົດ.
5.2.3 ໃນກໍລະນີຜູ້ໃຊ້ບໍລິການມີການກຳນົດລຳດັບການຊຳລະເງິນແລ້ວ ບໍລິການລຳດັບການຊຳລະເງິນ (payment priority) ຈະພິຈາລະນາເລືອກ source of funds ທີ່ມີໂອກາດຫັກເງິນສຳເລັດໃຫ້ແກ່ຜູ້ໃຊ້ບໍລິການໂດຍຖ້າມີຫຼາຍ ກ່ວາໜຶ່ງ source of funds ທີ່ມີໂອກາດໃນການຫັກເງິນສຳເລັດບໍລິການລຳດັບການຊຳລະເງິນ (payment priority) ຈະເລືອກໃຊ້ source of funds ທີ່ຜູ້ໃຊ້ບໍລິການຈັດລຳດັບໄວ້ກ່ອນໜ້າສະເໜີ.
5.2.4 ບໍລິສັດອາດມີການກຳນົດຈຳນວນເງິນຂັ້ນຕໍ່າສຳລັບການເຮັດທຸລະກຳດ້ວຍບັນຊີທະນາຄານ (ຫັກເງິນໃນບັນຊີ ທະນາຄານໃນລະບົບໂດຍອັດຕະໂນມັດ ຫຼື Direct Debit) ຜ່ານບໍລິການລຳດັບການຊຳລະເງິນ (payment priority) ໂດຍຖ້າຄ່າສິນຄ້າ ແລະ/ຫຼື ບໍລິການທີ່ຜູ້ໃຊ້ບໍລິການເຮັດລາຍການຊຳລະມີຈຳນວນເງິນຂັ້ນຕໍ່າດັ່ງກ່າວຜູ້ ໃຊ້ບໍລິການຈະໄດ້ຮັບເງິນສ່ວນຕ່າງຈາກການເຮັດລາຍການຊຳລະຄ່າສິນຄ້າ ແລະ/ຫຼື ບໍລິການເຂົ້າບັນຊີ EPS wallet ຂອງຜູ້ໃຊ້ບໍລິການໂດຍລວມເປັນຍອດເງິນໃນກະເປົ໋າເງິນຂອງຜູ້ໃຊ້ບໍລິການແທນ.
5.2.5 ຜູ້ໃຊ້ບໍລິການຮັບຮູ້ ແລະ ຕົກລົງວ່າຖ້າຕ້ອງການນຳເງິນສ່ວນຕ່າງຈາກບັນຊີ EPS wallet ຂອງຜູ້ໃຊ້ບໍລິການ ອອກໄປຍັງບັນຊີທະນາຄານອາດຈະມີຄ່າທຳນຽມເກີດຂຶ້ນຕາມທີ່ບໍລິສັດກຳນົດ.
5.2.6 ຜູ້ໃຊ້ບໍລິການສາມາດເພີ່ມ, ຍົກເລີກ ຫຼື ແກ້ໄຂລຳດັບການຊຳລະເງິນຂອງ source of funds ແຕ່ລະປະເພດ ທີ່ໄດ້ເຮັດການຜູກໄວ້ພາຍໃຕ້ບໍລິການລຳດັບການຊຳລະເງິນ (payment priority) ໄດ້ຕາມຂັ້ນຕອນ ແລະ ວິທີທີ່ບໍລິສັດກຳນົດ (ຍົກເວັ້ນ source of funds ປະເພດກະເປົ໋າເງິນຂອງຜູ້ໃຊ້ບໍລິການຈະບໍ່ສາມາດຍົກເລີກໄດ້).
5.3 ສຳລັບການໃຊ້ບໍລິການ Payment priority ນີ້ຜູ້ໃຊ້ບໍລິການບໍ່ມີໜ້າທີ່ຕ້ອງຊຳລະຄ່າທຳນຽມໃນການໃຊ້ບໍລິການ ແກ່ບໍລິສັດ.
5.4 ຜູ້ໃຊ້ບໍລິການຕົກລົງຍິນຍອມ ແລະ ຮັບຮູ້ວ່າບໍລິສັດອາດຈະລຳດັບການຊຳລະເງິນ (payment priority) ທີ່ກຳນົດລຳດັບການຫັກເງິນຈາກ source of funds ທີ່ຜູ້ໃຊ້ບໍລິການກຳນົດໄວ້ກັບບັນຊີ EPS wallet ຂອງຜູ້ໃຊ້ບໍລິ ການໄປສະແດງເປັນຊ່ອງທາງການຊຳລະເງິນຜ່ານແອັບພີເຄຊັ່ນອື່ນ ຫຼື website ອື່ນທີ່ເປັນຄູ່ຄ້າຂອງບໍລິສັດທັງນີ້ກໍເພື່ອ ອຳນວຍຄວາມສະດວກໃນການຊຳລະຄ່າສິນຄ້າ ແລະ/ຫຼື ບໍລິການຕາມເງື່ອນໄຂທີ່ບໍລິສັດກຳນົດ. ນອກຈາກນີ້ຜູ້ໃຊ້ບໍລິ ການຕົກລົງ ແລະ ຮັບຮູ້ວ່າເມື່ອຜູ້ໃຊ້ບໍລິການຕັ້ງຄ່າບໍລິການລຳດັບການຊຳລະເງິນ (Payment priority) ແລ້ວບໍລິສັດ ຈະໃຊ້ການຕັ້ງຄ່າລຳດັບການຊຳລະເງິນດັ່ງກ່າວໃນການສະແດງລາຍລະອຽດ source of funds ໃນແອັບພີເຄຊັ່ນຂອງ ຜູ້ໃຊ້ບໍລິການເມື່ອຜູ້ໃຊ້ບໍລິການຊຳລະເງິນທີ່ຮ້ານຄ້າເປັນໄປຕາມກົດໝາຍ.
6. ການຍົກເລີກການໃຊ້ບລິການ, ການຍົກເລີກ ແລະ ການລະງັບການໃຫ້ບໍລິການ.6.1 ໃນກໍລະນີທີ່ຜູ້ໃຊ້ບໍລິການມີຈຸດປະສົງທີ່ຈະຍົກເລີກການໃຊ້ບໍລິການຜູ້ໃຊ້ບໍລິການສາມາດດຳເນີນວິທີການໄດ້ ດ້ວຍວິທີດັ່ງຕໍ່ໄປນີ້:
6.1.1 ຜູ້ໃຊ້ບໍລິການຍົກເລີກບັນຊີ EPS wallet ຂອງຜູ້ໃຊ້ບໍລິການດ້ວຍຕົນຂອງຜູ້ໃຊ້ບໍລິການເອງຜ່ານຊ່ອງທາງແອັບ ພີເຄຊັນໂດຍຜູ້ໃຊ້ບໍລິການຈະຕ້ອງເຮັດຕາມເກນ ແລະ ວິທີການຕາມທີ່ບໍລິສັດກຳນົດ. ຢ່າງໃດກໍຕາມ, ບໍລິສັດຂໍສະ ຫງວນສິດໃນກໍລະນີທີ່ບັນຊີ EPS wallet ຂອງຜູ້ໃຊ້ບໍລິການຕິດເງື່ອນໄຂບາງປະການກັບທາງບໍລິສັດຜູ້ໃຊ້ບໍລິການ ຈະບໍ່ສາມາດດຳເນີນການຍົກເລີກບັນຊີ EPS wallet ດ້ວຍຕົນເອງຜ່ານຊ່ອງທາງນີ້ໄດ້ໃນກໍລະນີທີ່ສາມາດຍົກເລີກ ບັນຊີ EPS wallet ໄດ້ ແລະ ຍັງມີເງິນເຫຼືອໃນກະເປົ໋າເງິນ ແລະ ຜູ້ໃຊ້ບໍລິການມີຈຸດປະສົງຈະໂອນເງິນທີ່ເຫຼືອ ດັ່ງກ່າວອອກໄປຍັງບັນຊີເງິນຝາກທະນາຄານຂອງຜູ້ໃຊ້ບໍລິການ ບໍລິສັດຂໍສະຫງວນສິດໃນການເກັບເງິນຄ່າທຳນຽມອັນ ເນື່ອງມາຈາກການໂອນເງິນດັ່ງກ່າວໃນກໍລະນີທີ່ສາມາດຍົກເລີກບັນຊີ EPS wallet ໄດ້ ແລະ ຍັງມີເງິນເຫຼືອໃນກະເປົ໋າ ເງິນ ແລະ ຜູ້ໃຊ້ບໍລິການບໍ່ມີຈຸດປະສົງຈະໂອນເງິນທີ່ເຫຼືອດັ່ງກ່າວອອກໄປຍັງບັນຊີເງິນຝາກທະນາຄານຂອງຜູ້ໃຊ້ບໍລິ ການວັນທີເຮັດການຍົກເລີກບັນຊີ EPS wallet ບໍລິສັດຈະເກັບຄ່າທຳນຽມຈາກການເກັບຮັກສາເງິນດັ່ງກ່າວໂດຍທີ່ຜູ້ ໃຊ້ບໍລິການສາມາດກວດສອບຄ່າທຳນຽມໄດ້ທີ່ເວັບໄຊທ໌
www.elementpay.io ທັງນີ້ໃນກໍລະນີຜູ້ຂໍໃຊ້ບໍລິການມີ ຈຸດປະສົງຈະຂໍຮັບເງິນໃນກະເປົ໋າເງິນພາຍຫຼັງຜູ້ໃຊ້ບໍລິການມີສິດຂໍຮັບເງິນໃນກະເປົ໋າເງິນເທົ່າທີ່ພາຍຫຼັງບໍລິສັດຫັກຄ່າທຳນຽມໃນການເກັບຮັກສາເງິນພາຍໃນໄລຍະເວລາທີ່ບໍລິສັດກຳນົດດ້ວຍການແຈ້ງໃຫ້ບໍລິສັດຮັບຮູ້ລ່ວງໜ້າຜ່ານຊ່ອງທາງທີ່ບໍລິສັດກຳນົດ ແລະ ດຳເນີນການຕາມທີ່ບໍລິສັດກຳນົດ.
6.1.2 ຜູ້ໃຊ້ບໍລິການແຈ້ງຈຸດປະສົງດ້ວຍຕົນເອງຜ່ານຊ່ອງທາງ +856-20-56-996-464 ແລະ ດຳເນີນການຕາມທີ່ ບໍລິສັດກຳນົດຖ້າຍັງມີເງິນເຫຼືອຈາກກະເປົ໋າເງິນຂອງຜູ້ໃຊ້ບໍລິການ ແລະ ຜູ້ໃຊ້ບໍລິການບໍ່ໄດ້ປະຕິບັດຜິດຕາມເງື່ອນໄຂ ການໃຫ້ບໍລິການສະບັບນີ້ບໍລິສັດຈະດຳເນີນການສົ່ງເງິນຄືນເທົ່າທີ່ຍັງເຫຼືອໃຫ້ຜູ້ໃຊ້ບໍລິການພາຍຫຼັງຈາກການຫັກຄ່າທຳນຽມທັງໝົດ (ຖ້າມີ) ພາຍໃນໄລຍະເວລາທີ່ບໍລິສັດກຳນົດແຕ່ບໍ່ເກີນ 15 (ສິບຫ້າ) ມື້ລັດສະການໂດຍໂອນໄປຍັງບັນຊີ ເງິນຝາກທະນາຄານຂອງຜູ້ໃຊ້ບໍລິການຕາມລາຍລະອຽດຕາມທີ່ຜູ້ໃຊ້ບໍລິການໄດ້ແຈ້ງລາຍລະອຽດໃຫ້ບໍລິສັດຮັບຮູ້ ແລະ ບໍລິສັດຂໍສະຫງວນເກັບເງິນຄ່າທຳນຽມອັນເນື່ອງມາຈາກການໂອນເງີນດັ່ງກ່າວ (ຖ້າມີ).
6.1.3 ຜູ້ໃຊ້ບໍລິການອາດມີຈຸດປະສົງແຈ້ງໃນຊ່ອງທາງອື່ນຕາມທີ່ບໍລິສັດກຳນົດ ແລະ ດຳເນີນການຕາມວິທີການທີ່ ບໍລິສັດກຳນົດ ທັງນີ້ຜູ້ໃຊ້ບໍລິການຕົກລົງບໍໄລ່ດອກເບ້ຍ ຫຼື ຄ່າຕອບແທນໃດໆຈາກບໍລິສັດອັນເນື່ອງມາຈາກການຍົກ ເລີກໃຊ້ບໍລິການຂ້າງເທິງ.
6.2 ບໍລິສັດຂໍສະຫງວນສິດໃນການຍົກເລີກບໍລິການ ຫຼື ລະງົບການໃຫ້ບໍລິການ ຫຼື ປິດບັນຊີ EPS wallet ຂອງຜູ້ໃຊ້ ບໍລິການໂດຍບໍ່ຈຳເປັນແຈ້ງໃຫ້ຜູ້ໃຊ້ບໍລິການຮັບຮູ້ລ່ວງໜ້າໃນກໍລະນີດັ່ງຕໍ່ໄປນີ້:
6.2.1 ຜູ້ໃຊ້ບໍລິການໃຊ້ເອກະສານປອມ ຫຼື ສະແດງຂໍ້ຄວາມປອມໃນການລົງທະບຽນສະໝັກບັນຊີ EPS wallet ລວມເຖິງການແຈ້ງຂໍ້ມູນ ຫຼື ສະແດງຫຼັກຖານປອມ ຫຼື ສະແດງເອກະສານຫຼັກຖານບໍ່ຄົບຖ້ວນຕາມທີ່ບໍລິສັດຮຽກຮ້ອງ ຫຼື
6.2.2 ຜູ້ໃຊ້ບໍລິການເສຍຊີວິດ ຫຼື
6.2.3 ຜູ້ໃຊ້ບໍລິການເປັນຜູ້ທີ່ອົງກອນ ຫຼື ໜ່ວຍງານລັດມີຄຳສັ່ງໃຫ້ຍືດ ຫຼື ອາຍັດຊັບສິນ ຫຼື ເປັນບຸກຄົນທີ່ຖືກກຳນົດ ຫຼື ຖືກກ່າວຫາ ຫຼື ຖືກເປັນຜູ້ເຮັດຄວາມຜິດຕາມກົດໝາຍ ຫຼື
6.2.4 ບໍລິສັດມີເຫດຜົນສົງໄສວ່າຜູ້ໃຊ້ບໍລິການກະທຳຄວາມຜິດ ຫຼື ພະຍາຍາມກະທຳຄວາມຜິດຕາມກົດໝາຍກຳນົດ ຫຼື ເຮັດສິ່ງໃດໆທີ່ກໍ່ໃຫ້ເກີດຄວາມເສຍຫາຍກັບບໍລິສັດ ຫຼື ບຸກຄົນອື່ນໆ ຫຼື
6.2.5 ກໍລະນີທີ່ເບີໂທລະສັບທີ່ລົງທະບຽນໄວ້ກັບບໍລິສັດຖືກຍົກເລີກບໍ່ວ່າດ້ວຍເຫດຜົນໃດກໍຕາມ ແລະ ເມື່ອບໍລິສັດ ໄດ້ຮັບແຈ້ງເຖິງຂໍ້ມູນຂອງການໃຊ້ບໍລິການເບີໂທລະສັບດັ່ງກ່າວພ້ອມດ້ວຍຫຼັກຖານທີ່ກ່ຽວຂ້ອງ ຫຼື
6.2.6 ຜູ້ໃຊ້ບໍລິການຊາວຕ່າງຊາດທີ່ມີທີ່ຢູ່ ແລະ ອາຊີບບາງປະເພດທີ່ບໍລິສັດກຳນົດ
6.2.7 ຜູ້ໃຊ້ບໍລິການປະພຶດຜິດເງື່ອນໄຂໃດເງື່ອນໄຂໜຶ່ງທີ່ໄດ້ກຳນົດໄວ້ໃນເງື່ອນໄຂການໃຫ້ບໍລິການນີ້ ຫຼື
6.2.8 ຜູ້ໃຊ້ບໍລິການບໍ່ໄດ້ເຂົ້າໃຊ້ບໍລິການຕິດຕໍ່ກັນເປັນເວລາດົນກວ່າ 6 (ຫົກ) ເດືອນນັບແຕ່ການເຂົ້າໃຊ້ບໍລິການຄັ້ງ ລ່າສຸດ.
6.2.9 ຜູ້ໃຊ້ບໍລິການຊາວຕ່າງຊາດທີ່ໜັງສືເດີນທາງໝົດອາຍຸແລ້ວຂະນະເຂົ້າໃຊ້ບໍລິການ ຫຼື
6.2.10 ເງິນໃນກະເປົ໋າເງີນຂອງຜູ້ໃຊ້ບໍລິການບໍ່ພຽງພໍໃຫ້ບໍລິສັດຫັກຄ່າທຳນຽມຕາມຈຳນວນທີ່ບໍລິສັດເອີ້ນເກັບ.
6.2.11 ບໍລິສັດຮັບຮູ້ວ່າຜູ້ໃຊ້ບໍລິການຕົກເປັນຄົນຜູ້ທີ່ບໍ່ມີຄວາມສາມາດ ຫຼື ຜູ້ທີ່ກົດໝາຍລະບຸວ່າເປັນຜູ້ຄ້າຍຄືຄົນຜູ້ທີ່ ບໍ່ມີຄວາມສາມດ ແລະ ບໍ່ໄດ້ຮັບຄວາມຍິນຍອມຈາກ ຫຼື ການເບິ່ງແຍ່ງແທນໂດຍຜູ້ເບິ່ງແຍງທາງກົດໝາຍຂອງຜູ້ ໃຊ້ບໍລິການໃນການສະໝັກ ແລະ ໃຊ້ບໍລິການຕາມເງື່ອນໄຂການບໍລິການນີ້ທັງນີ້ບໍລິສັດຈະບໍ່ມີສ່ວນກ່ຽວຂ້ອງ ຫຼື ຮັບ ຜິດຊອບໃນຄວາມເສຍຫາຍທີ່ອາດເກີດຂຶ້ນທັງໝົດອັນເນື່ອງມາຈາກການລະງັບ ແລະ/ຫຼື ຍົກເລີກການໃຊ້ບໍລິການ ດັ່ງກ່າວ.
ນອກຈາກນີ້ໃນກໍລະນີທີ່ບໍລິສັດມີເຫດຜົນການສົງໄສອັນສົມຄວນ ຫຼື ບໍລິສັດມີຄວາມຈຳເປັນທີ່ຈະຕ້ອງ ປະຕິບັດຕາມກົດໝາຍໃດໆບໍລິສັດອາດຕິດຕໍ່ເພື່ອຂໍໃຫ້ຜູ້ໃຊ້ບໍລິການຊີ້ແຈ້ງຂໍ້ມູນ, ນຳສົ່ງເອກະສານ, ຫຼັກຖານ ຫຼື ເອກະສານໃດໆເພີ່ມເຕີມຈາກຜູ້ໃຊ້ບໍລິການແລ້ວ ແລະ ບໍລິສັດເຫັນວ່າຜູ້ໃຊ້ບໍລິການເຂົ້າຄາຍລັກສະນະໃດລັກສະນະ ໜຶ່ງທີ່ລະບຸຂ້າງເທິງ ຫຼື ບໍລິສັດຈຳເປັນຕ້ອງຍຸດຕິຄວາມສຳພັນກັບຜູ້ໃຊ້ບໍລິການຕາມເຫດຜົນທາງກົດໝາຍບໍລິສັດ ຂໍສະຫງວນສິດດຳເນີນການຍົກເລີກການໃຫ້ບໍລິການ ຫຼື ລະງັງການໃຫ້ບໍລິການທັນທີ.
6.3 ໃນກໍລະນີທີ່ບໍລິສັດໃຊ້ສິດຍົກເລີກການບໍລິການ ຫຼື ລະງັບການໃຫ້ບໍລິການຕາມຂໍ້ 6.2 ຂ້າງເທິງບໍລິສັດມີສິດດຳ ເນີນການດັ່ງຕໍ່ໄປນີ້:
ຖ້າບັນຊີ EPS wallet ຂອງຜູ້ໃຊ້ບໍລິການບໍ່ມີເງິນເຫຼືອຢູ່ກະເປົ່າເງິນ ຫຼື ເງິນໃນກະເປົ໋າເງິນດັ່ງກ່າວຂອງຜູ້ໃຊ້ ບໍລິການບໍ່ພຽງພໍຕໍ່ການຊຳລະຄ່າທຳນຽມໃນການຮັກສາບັນຊີບໍລິສັດຈະຮັກເງິນໃນກະເປົ່າເງິນຂອງຜູ້ໃຊ້ບໍລິການເທົ່າທີ່ມີຢູ່ເປັນຄ່າທຳນຽມຮັກສາບັນຊີ ແລະ ຍົກເລີກການໃຫ້ບໍລິການທັນທີ ຫຼືຖ້າບັນຊີ EPS wallet ຂອງຜູ້ໃຊ້ບໍລິການ ມີເງິນເຫຼືອຢູ່ກະເປົ໋າເງິນຂອງຜູ້ໃຊ້ບໍລິການໄວ້ ແລະ ເກັບຄ່າທຳນຽມຮັກສາບັນຊີ ແລະ/ຫຼື ຄ່າທຳນຽມເກັບຮັກສາເງິນ ຈາກບັນຊີຂອງຜູ້ໃຊ້ບໍລິການ (ແລ້ວແຕ່ກໍລະນີ) ໂດຍຜູ້ໃຊ້ບໍລິການສາມາດກວດສອບອັດຕາຄ່າທຳນຽມໄດ້ທີ່ເວັບໄຊທ໌
www.elementpay.io ຜູ້ໃຊ້ບໍລິການມີສິດໃນການຂໍຮັບເງິນໃນກະເປົ໋າເງິນທີ່ເຫຼືອຈາກບໍລິສັດພາຍຫຼັງທີ່ຫັກຄ່າທຳ ນຽມໃນການຮັກສາບັນຊີ ແລະ/ຫຼື ຄ່າທຳນຽມໃນການຮັກສາເງິນຕາມໄລຍະເວລາທີ່ບໍລິສັດກຳນົດໂດຍບໍ່ໄລ່ດອກເບ້ຍ ຫຼື ຄ່າທຳນຽມໃດໆກັບບໍລິສັດດ້ວຍການແຈ້ງໃຫ້ບໍລິສັດຮັບຮູ້ລ່ວງໜ້າຜ່ານຊ່ອງທາງທີ່ບໍລິສັດກຳນົດທັງນີ້ຖ້າກາຍເວລາ ດັ່ງກ່າວບໍລິສັດຂໍສະຫງວນສິດດຳເນີນຕາມນະໂຍບາຍຂອງບໍລິສັດໃນກໍລະນີທີ່ມີການຂໍຮັບເງິນໃນກະເປົ໋າເງິນຄືນບໍລິ ສັດຈະມີການກວດສອບຄວາມຖືກຕ້ອງ ແລະ ດຳເນີນການໂອນເງິນຄືນເທົ່າທີ່ຍັງເຫຼືອໃນກະເປົ໋າເງິນຂອງຜູ້ໃຊ້ບໍລິການ ໂດຍໂອນໄປຍັງບັນຊີທະນາຄານຂອງຜູ້ໃຊ້ບໍລິການ ຫຼື ບັນຊີ EPS wallet ໃໝ່ຂອງຜູ້ໃຊ້ບໍລິການຕາມລາຍລະອຽດ ທີ່ຜູ້ໃຊ້ບໍລິການໄດ້ແຈ້ງໃຫ້ບໍລິສັດຮັບຮູ້ໂດຍເປັນໄປຕາມວິທີ ແລະ ເງື່ອນໄຂທີ່ບໍລິສັດກຳນົດບໍລິສັດຂໍສະຫງວນສິດ ໃນການເກັບຄ່າທຳນຽມອັນເນື່ອງມາຈາກການໂອນເງິນດັ່ງກ່າວ (ຖ້າມີ).